SaunKaset ສວນກະເສດໄຊຍະສິດ

SaunKaset ສວນກະເສດໄຊຍະສິດ Contact 020 51996800

ມີເບ້ຍຖຸລຽນພັນໝອນທອງຂາຍເດີທຸກຄົນ ທີ່ 📍SaunKaset ສວນກະເສດໄຊຍະສິດ ລາຄາ 70.000 /ເບ້ຍ ຕົ້ນສູງ 40-50cm ມາກ່ອນໄດ້ໂຕງາມເດີ😂
26/05/2025

ມີເບ້ຍຖຸລຽນພັນໝອນທອງຂາຍເດີທຸກຄົນ ທີ່ 📍SaunKaset ສວນກະເສດໄຊຍະສິດ
ລາຄາ 70.000 /ເບ້ຍ ຕົ້ນສູງ 40-50cm
ມາກ່ອນໄດ້ໂຕງາມເດີ😂

ກະເສດຍຸກໃໝ່
13/12/2024

ກະເສດຍຸກໃໝ່

ลดต้นทุนสวนทุเรียนด้วยวิธีธรรมชาติและเทคโนโลยีใหม่

การบริหารต้นทุนในการปลูกทุเรียนเป็นปัจจัยสำคัญที่ช่วยเพิ่มผลกำไรให้กับเกษตรกร โดยเฉพาะในยุคที่ต้องเผชิญกับความผันผวนของตลาดและสภาพแวดล้อม บทความนี้จะแนะนำวิธีการลดต้นทุนในสวนทุเรียนด้วยวิธีธรรมชาติและการใช้เทคโนโลยีที่ทันสมัย เพื่อช่วยให้เกษตรกรสามารถจัดการสวนได้อย่างยั่งยืน

1. ใช้ปุ๋ยอินทรีย์และวัสดุเหลือใช้ในสวน
ประโยชน์ของปุ๋ยอินทรีย์:
ช่วยลดต้นทุนในการซื้อปุ๋ยเคมี และเพิ่มความอุดมสมบูรณ์ให้กับดิน
การทำปุ๋ยหมักจากเศษใบไม้:
ใช้ใบไม้แห้ง หญ้าตัด และมูลสัตว์ผสมเป็นปุ๋ยหมัก
ใช้เศษผลทุเรียน:
เศษเปลือกและเมล็ดทุเรียนสามารถนำมาหมักเป็นปุ๋ยได้

2. ปรับปรุงระบบน้ำให้มีประสิทธิภาพ
การใช้ระบบน้ำหยด:
ช่วยลดการใช้น้ำและเพิ่มความแม่นยำในการให้น้ำ
ติดตั้งเซ็นเซอร์ตรวจความชื้น:
ตรวจสอบระดับความชื้นในดินเพื่อปรับการให้น้ำอย่างเหมาะสม
เก็บน้ำฝน:
ใช้ถังหรือบ่อเก็บน้ำฝนเพื่อลดการใช้น้ำจากแหล่งอื่น

3. ใช้สารชีวภาพในการป้องกันโรคและแมลง
จุลินทรีย์ชีวภาพ:
ใช้ไตรโคเดอร์มาในการป้องกันโรครากเน่าและโคนเน่า
น้ำหมักสมุนไพร:
เช่น น้ำหมักจากสะเดา หรือใบยาสูบ เพื่อป้องกันแมลงศัตรูพืช
ปล่อยแมลงตัวห้ำ:
ใช้แมลงที่เป็นศัตรูธรรมชาติของแมลงศัตรูพืช เช่น แตนเบียน

4. นำเทคโนโลยีเข้ามาช่วยในการจัดการสวน
โดรนพ่นปุ๋ยและสารชีวภาพ:
ลดแรงงานและเวลาในการพ่นปุ๋ยหรือสารป้องกันโรค
แอปพลิเคชันวิเคราะห์ดิน:
ช่วยวิเคราะห์สภาพดินและแนะนำการปรับปรุงดิน
ใช้ IoT (Internet of Things):
ติดตั้งอุปกรณ์เซ็นเซอร์เพื่อเก็บข้อมูลด้านอุณหภูมิ ความชื้น และระดับแสง

สรุป
การลดต้นทุนในสวนทุเรียนด้วยวิธีธรรมชาติและการใช้เทคโนโลยีใหม่ไม่เพียงช่วยเพิ่มผลกำไร แต่ยังช่วยรักษาสิ่งแวดล้อมและเพิ่มความยั่งยืนในระยะยาว หากเกษตรกรนำแนวทางเหล่านี้ไปปรับใช้ จะสามารถลดต้นทุนได้อย่างมีประสิทธิภาพ

#ลดต้นทุนเกษตร #ปลูกทุเรียน #เกษตรกรยุคใหม่ #เทคโนโลยีการเกษตร #สวนทุเรียนยั่งยืน

ເຮັດໄດ້ຫຼືບໍ່ໄດ້ເລິ່ມຕົ້ນຈາກຄວາມຄິດເປັນອັນດັບແລກຖ້າຄິດວ່າເຮັດໄດ້ ກໍ່ຈະນຳໄປສູ່ຄວາມຢາກທີ່ຈະລົງມືເຮັດສິ່ງນັ້ນເມື່ອລົງມືເຮັດ...
07/11/2024

ເຮັດໄດ້ຫຼືບໍ່ໄດ້ເລິ່ມຕົ້ນຈາກຄວາມຄິດເປັນອັນດັບແລກ
ຖ້າຄິດວ່າເຮັດໄດ້ ກໍ່ຈະນຳໄປສູ່ຄວາມຢາກທີ່ຈະລົງມືເຮັດສິ່ງນັ້ນ
ເມື່ອລົງມືເຮັດແລ້ວໂອກາດທີ່ຈະລົ້ມເຫຼວມີສູງ
ຈະພົບກັບປັນຫາ ຄວາມທໍ້ ຄວາມລັງເລ ຄວາມກົດດັນ ຄຳເວົ້າຈາກຄົນອ້ອມຂ້າງ
ຕໍ່ໃຫ້ເຮົາລົ້ມໃນຄັ້ງນີ້ສິ່ງທີ່ເຮົາຈະໄດ້ກັບມາຄື “ລົ້ມຍ້ອນເຫດຜົນຫຍັງ”
ແລ້ວມັນຈະນຳໄປສູ່ບົດຮຽນຕໍ່ໄປ ທຸກກ້າວຍ່າງຈະເຈິປັນຫາ
ແລະເຮົາຈະໄດ້ບົດຮຽນຈາກແຕ່ລະປັນຫາທີ່ແກ້
ວົນໄປແບບນັ້ນຈົນກວ່າຈະໄປຈະບັນລຸຕາມຄວາມຕັ້ງໃຈ
ທຸກບາດກ້າວບໍ່ງ່າຍແຕ່ເປັນໄປໄດ້ ຖ້າເຊື່ອໃນສັກກາຍະພາບຂອງຕົນ ❤️

 #ວ່າດ້ວຍການປູກຖຸລຽນ ຕົ້ນທີ່ງາມໃນອຸດົມຄະຕິ ສວນກະເສດໄຊຍະສິດ ບໍ່ພຽງແຕ່ປູກແລ້ວໃຫຍ່ ຫຼື ບໍ່ຕາຍ ແຕ່…ຕ້ອງຄຳນຶງເຖິງຫຼາຍປະການເຊັ...
03/11/2024

#ວ່າດ້ວຍການປູກຖຸລຽນ
ຕົ້ນທີ່ງາມໃນອຸດົມຄະຕິ ສວນກະເສດໄຊຍະສິດ ບໍ່ພຽງແຕ່ປູກແລ້ວໃຫຍ່ ຫຼື ບໍ່ຕາຍ ແຕ່…ຕ້ອງຄຳນຶງເຖິງຫຼາຍປະການເຊັ່ນ :
❶ ລະບົບຮາກ ✅ ຮາກຫຼາຍ ຮາກບໍ່ເນົ່າ ບໍ່ແຫ້ງ
➋ ຄວາມສົມບູນຂອງໃບ ✅ ໃບໃຫຍ່ ໜາ ສີຂຽວສົດ ຫຼື ເຂັ້ມ ບໍ່ມີ ແມງກິນໃບ ບໍ່ຫຍິກ ບໍ່ງໍ ( ຫຼືມີແຕ່ຢູ່ໃນປະລິມານທີ່ຮັບໄດ້ )
➌ ຄວາມສົມບູນຂອງລຳຕົ້ນ ✅ ຕົ້ນໃຫຍ່ ອວບອ້ວນ ສົມສ່ວນ
➍ ຊົງພຸ່ມ ✅ ມີຮູບຊົງສວຍງາມ ກິ່ງກ້ານມີຄວາມສົມດຸນ 🌳🌲
———————————————————————————2025 ນັ້ນຄືເປົ້າໝາຍຂອງເຮົາ ສວນກະເສດໄຊຍະສິດ

ຕົ້ນທົດລອງ Humic Acid + Mg(NO3)2
08/10/2024

ຕົ້ນທົດລອງ Humic Acid + Mg(NO3)2

The environment is very pleasant. 📍SaunKaset ສວນກະເສດໄຊຍະສິດ
13/09/2024

The environment is very pleasant.
📍SaunKaset ສວນກະເສດໄຊຍະສິດ

➀ (Chlorophyll) ຄໍໂຣຟິວແມ່ນຫຍັງ ?⌲ ຄໍໂຣຟິວແມ່ນທາດສີຂຽວທີ່ພົບເຫັນຫຼາຍໃນໃບຂອງພືດ ນອກນັ້ນຍັງພົບເຫັນໃນລຳຕົ້ນ ດອກ ແລະ ໝາກ ຄໍໂ...
13/09/2024

➀ (Chlorophyll) ຄໍໂຣຟິວແມ່ນຫຍັງ ?
⌲ ຄໍໂຣຟິວແມ່ນທາດສີຂຽວທີ່ພົບເຫັນຫຼາຍໃນໃບຂອງພືດ ນອກນັ້ນຍັງພົບເຫັນໃນລຳຕົ້ນ ດອກ ແລະ ໝາກ ຄໍໂຣຟິວຍັງມີຢູ່ໃນສາຫຼ່າຍທຸກຊະນິດ
➁ ມີຄວາມສຳຄັນຫຍັງຕໍ່ພືດ ?
⌲ ຄໍໂຣຟິວແມ່ນມີຄວາມສຳຄັນຫຼາຍຕໍ່ການສັງເຄາະແສງເຊີ່ງເປັນຂະບວນການທີ່ພືດສ້າງອາຫານຈາກແສງຕາເວັນ, ນ້ຳ ແລະ ຄາບອນໄດອ໊ອກໄຊ ໂດຍຄໍໂຣຟິວຈະດູດຊັບພະລັງງານແສງຕາເວັນແລ້ວໃຊ້ພະລັງງານດັ່ງກ່າວປ່ຽນຄາບອນໄດອ໊ອກໄຊ ແລະ ນ້ຳໃຫ້ກາຍເປັນນ້ຳຕານກລູໂຄສ (Glucose) ເຊີ່ງຈະໃຊ້ໃນການຈະເລີນເຕີບໂຕຕໍ່ໄປ
➂ ຖ້າພືດຂາດຄໍໂຣຟິວຈະເປັນແນວໃດ ?
⌲ ພືດຈະບໍ່ສາມາດສັງເຄາະແສງໄດ້ເຕັມທີ່
⌲ ພືດຈະສະງັກການຈະເລີນເຕີບໂຕ
⌲ ໃບຈະເຫຼືອງ ໃບຫຼົ່ນ
⌲ ແລະຕາຍໃນທີ່ສຸດ
——————————————————————————————-
ສະຫຼຸບທາດທີ່ມີຄວາມສຳຄັນໃນການເສີມສ້າງຄໍໂຣຟິວໄດ້ແກ່ແມັກນີຊຽມ (Mg) ເຊີ່ງຢູ່ທາງກາງຂອງໂຄງສ້າງແລ້ວມີທາດອື່ນໆເຊັ່ນ : ໄນໂຕຣເຈນ (N ) ອົກຊີ (O) ແລະ ຄາບອນ (C) ອ້ອມຮອບ. ຖ້າຂາດແມັກນີຊຽມທາດຕ່າງໆກໍ່ບໍ່ສາມາດຈັບໂຕກັນເປັນຄໍໂຣຟິວໄດ້ ຖ້າໃຫ້ທາດແມັກນີຊຽມ ແລະ ໄນໂຕຣເຈນໃນປະລິມານທີ່ເໝາະສົມພືດຈະມີໃບທີ່ຂຽວງາມ ແລະ ສົມບູນ. ຢ່າງໃດກໍ່ຕາມທຸກທາດຍ່ອມມີຄວາມສຳຄັນຄວນໃຫ້ທາດອາຫານທີ່ສະໝ່ຳາສະເໝີແກ່ພືດ ເພື່ອໃຫ້ພືດໄດ້ເຕີບໂຕຢ່າງຕໍ່ເນື່ອງ

🪴ສວນກະເສດໄຊຍະສິດ 13.09.2024 ຂະຫຍາຍພັນຖົ່ວລຽນໝອນທອງດ້ວຍການສຽບຍອດໄວ້ປູກເອງ ແລະ ຈຳໜ່າຍ
13/09/2024

🪴ສວນກະເສດໄຊຍະສິດ 13.09.2024
ຂະຫຍາຍພັນຖົ່ວລຽນໝອນທອງດ້ວຍການສຽບຍອດ
ໄວ້ປູກເອງ ແລະ ຈຳໜ່າຍ

➀ RRE ຫຼື Reborn roots ecosystem ແມ່ນຫຍັງ ?➁ ແຕກຕ່າງຈາກການກັນຮ້ອນທົ່ວໄປແບບໃດ໋ ? ⌲ Reborn roots ecosystem ເປັນການສ້າງລະບົ...
13/08/2024

➀ RRE ຫຼື Reborn roots ecosystem ແມ່ນຫຍັງ ?
➁ ແຕກຕ່າງຈາກການກັນຮ້ອນທົ່ວໄປແບບໃດ໋ ?
⌲ Reborn roots ecosystem ເປັນການສ້າງລະບົບນິເວດຈຳລອງຕາມທຳມະຊາດ (ເຊິ່ງໂດຍທົ່ວໄປແລ້ວຕາມທຳມະຊາດຈະມີການຖັບຖົມກັນຂອງຊາກພືດຊາກສັດແລະອື່ນໆ ຫຼື ເອິ້ນວ່າການບົມດິນ) ເຊິ່ງເປັນການກັກເກັບຈຸລິນຊີທີ່ເປັນປະໂຫຍດໄປໃນຕົວ ສາມາດເຮັດໃຫ້ລະບົບນິເວດເທິງໜ້າດິນມີຄວາມອຸດົມສົມບູນ ເຮັດໃຫ້ພືດສາມາດດູດຊຶມສານອາຫານໄດ້ງ່າຍຊ່ວຍຫຼຸດການໃຊ້ປຸ໋ຍແລະສານເຄມີ.
ນອກນັ້ນຍັງເປັນການກະຕຸ້ນການເກີດຮາກໃໝ່ໃຫ້ແກ່ພືດ ( ໂດຍສະເພາະຖຸລຽນ ) ເຮັດໃຫ້ຮາກລອຍຂຶ້ນເທິງໜ້າດິນເພື່ອຫາອາຫານ ແລະ ການເຮັດ Reborn roots ecosystem ຍັງຊ່ວຍກັກເກັບຄວາມຊຸ່ມໄດ້ດີ ແລະ ຍັງຊ່ວຍຈຳກັດວັດຊະພືດບໍລິເວນອ້ອມໂຄນຕົ້ນໄດ້ດີອີກດ້ວຍ
⌲ ແຕກຕາກຈ່າງກັນຮ້ອນທົ່ວໄປແນວໃດ໋ ?
ການກັນຮ້ອນທົ່ວໄປແມ່ນຈະນຳຊາກພືດ ມາວາງອ້ອມໂຄນຕົ້ນເພື່ອກັກເກັບຄວາມຊຸ່ມແລະວັດຊະພືດ ເມື່ອມີການຖັບຖົມຈຳນວນຫຼາຍ ຫຼື ເມື່ອພືດເນົ່າເປື່ອຍຈະເຮັດໃຫ້ມີຄວາມໜາແໜ້ນ ( ຄວາມແຈບຈົມ ) ເຮັດໃຫ້ບໍ່ມີຊ່ອງວ່າງໃຫ້ອາກາດເຂົ້າ ເຊິ່ງມີຜົນຕໍ່ຮາກອາກາດຂອງພືດ( ຮາກລອຍທີ່ຫາກິນອາຫານໂດຍສະເພາະຖຸລຽນ )
⌲ ສ່ວນ Reborn roots ecosystem ແມ່ນຈະນຳເອົາທ່ອນໄມ້ ຫຼື ໄມ້ໃຜມາວາງອ້ອມຕົ້ນຄ້າຍຮັງນົກກ່ອນຄ່ອຍນຳຊາກພືດວາງທັບເພື່ອໃຫ້ດ້ານລຸ່ມມີຄວາມໂລ່ງອາກາດຖ່າຍເທດີແລະຍັງສາມາດກັກເກັບຄວາມຊຸ່ມແລະຄຸມວັດຊະພືດໃນໂຕ.
#ສວນກະເສດໄຊຍະສິດ #ການປູກຖຸລຽນ #ຂາຍພັນໄມ້ #ຂາຍຖຸລຽນໝອນທອງ #ປູກຫວັງຜົນໃຊ້ຕົ້ນທຸນຕ່ຳ

👉ປຸ໋ຍ N-P-K ແມ່ນຫຍັງ ?👉ປຸ໋ຍແຕ່ລະໂຕມີຄວາມສຳຄັນແລະມີຜົນຫຍັງຕໍ່ພືດ ?ມື້ນີ້ແອັດມິນຈະມາໃຫ້ຄວາມຮູ້ເລັກໆໜ້ອຍໆສຳລັບບຸກຄົນໃດ໋ທີ່ກ...
12/08/2024

👉ປຸ໋ຍ N-P-K ແມ່ນຫຍັງ ?
👉ປຸ໋ຍແຕ່ລະໂຕມີຄວາມສຳຄັນແລະມີຜົນຫຍັງຕໍ່ພືດ ?
ມື້ນີ້ແອັດມິນຈະມາໃຫ້ຄວາມຮູ້ເລັກໆໜ້ອຍໆສຳລັບບຸກຄົນໃດ໋ທີ່ກຳລັງສຶກສາການເຮັດກະເສດ ຫຼື ໃຜທີ່ບໍ່ທັນຮູ້ ເຮົາຈະມາສຶກສາໄປພ້ອມໆກັນເລີຍ.
N-P-K ແມ່ນສັນຍາລັກທາງເຄມີເຊິ່ງປະກອບມີທາດຫຼັກຢູ່ 3 ທາດທີ່ຈໍາເປັນສໍາລັບການຈະເລີນເຕີບໂຕຂອງພືດໄດ້ແກ່ :
- N ໄນໂຕຣເຈນ ບຳລຸງໃບ ສັງເຄາະແສງ ສ້າງຄໍໂຣຟິວ (ທາດສີຂຽວ). ບຳລຸງລຳຕົ້ນຊ່ວຍໃນການຈະເລີນເຕີບໂຕ ລຳຕົ້ນແຂງແຮງສົມບູນ
🍂ກໍລະນີຂາດທາດ ໃບນ້ອຍ ໃບເຫຼືອ ລຳຕົ້ນບໍ່ເຕີບໃຫຍ່ ຕົ້ນແຄະ
- P ຟອສຟໍຣັສ ກະຕຸ້ນການອອກດອກ ກະຕຸ້ນການອອກໝາກ ມີສ່ວນຊ່ວຍໃນການປະສົມເກສອນ. ເສີມສ້າງຮາກ ການແຕກຮາກ ຊ່ວຍໃຫ້ຮາກດູດຊຶມທາດອາຫານໄດ້ດີ
🍂ກໍລະນີຂາດທາດ ໃບແກ່ຈະປ່ຽນສີຈາກຂຽວເປັນສີມ່ວງ ແລ້ວກາຍເປັນສີນ້ຳຕານ
- K ໂພແທດຊຽມ ຊ່ວຍໃນການສັງເຄາະນ້ຳຕານ ແປ້ງ ໂປຣຕີນເຊິ່ງມີຜົນຕໍ່ ຂະໜາດຂອງໝາກ ສີສັນ ລົດຊາດຂອງໝາກໄມ້
🍂ກໍລະນີຂາດທາດ ຈະມີຮອຍໄໝ້ຕາມຂອບໃບ ແລ້ວກາຍເປັນໃບເຫຼືອງ

——————————————————————————
ຕົວຢ່າງປຸ໋ຍສູດ 16-16-16
ເຊີ່ງປະກອບດ້ວຍ N = 16%. P = 16%. K = 16%
#ສວນກະເສດໄຊຍະສິດ #ຂາຍເບ້ຍໄມ້ #ຂາຍຫອຍເຊີລີ້ທອງ #ປູກຖຸລຽນໝອນທອງ #ປູກຫວັງຜົນໃຊ້ຕົ້ນທຸນຕ່ຳ

3 months ago #ປູກຫວັງຜົນຕົ້ນທຸນຕ່ຳ
11/08/2024

3 months ago
#ປູກຫວັງຜົນຕົ້ນທຸນຕ່ຳ

Address

16E
Ban Gnik
16080

Website

Alerts

Be the first to know and let us send you an email when SaunKaset ສວນກະເສດໄຊຍະສິດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share