999decor Interior design ,landscape design,3d animation

ຊົມເຊີຍວັນກຳມະກອນສາກົນ | 1st May International Labor Day👷‍♂️👷‍♀️
01/05/2026

ຊົມເຊີຍວັນກຳມະກອນສາກົນ | 1st May International Labor Day👷‍♂️👷‍♀️

ສະບາຍດີປີໃໝ່ລາວ 2026 🍀✨️💦ພວກເຮົາຈະພັກປີໃໝ່ ວັນທີ 13-16/04ແລະກັບມາໃຫ້ບໍລິການປົກກະຕິ ວັນທີ 17/04 ນີ້"ຂໍໃຫ້ທຸກທ່ານໂຊກດີມີໄຊ...
09/04/2026

ສະບາຍດີປີໃໝ່ລາວ 2026 🍀✨️💦
ພວກເຮົາຈະພັກປີໃໝ່ ວັນທີ 13-16/04
ແລະກັບມາໃຫ້ບໍລິການປົກກະຕິ ວັນທີ 17/04 ນີ້

"ຂໍໃຫ້ທຸກທ່ານໂຊກດີມີໄຊ ໄດ້ພັກຜ່ອນຢ່ອນໃຈ ແລະໃຊ້ເວລາຢູ່ກັບຄອບຄົວໃນຊ່ວງບຸນປີໃໝ່ນີ້ໃຫ້ມີຄວາມສຸກ"

ມື້ສຸດທ້າຍຂອງການຝຶກງານ ພີ່ລ້ຽງມອບໃບຢັ້ງຢືນໃຫ້ກັບນ້ອງໆທັງ 4 ຄົນ📝ສູ້ຕໍ່ໄປ ຢ່າຍອມແພ້ ໃຊ້ຊີວິດໃຫ້ເຕັມທີ່ ແລະພູມໃຈໃນສິ່ງທີ່ເຮ...
28/03/2026

ມື້ສຸດທ້າຍຂອງການຝຶກງານ ພີ່ລ້ຽງມອບໃບຢັ້ງຢືນໃຫ້ກັບນ້ອງໆທັງ 4 ຄົນ
📝ສູ້ຕໍ່ໄປ ຢ່າຍອມແພ້ ໃຊ້ຊີວິດໃຫ້ເຕັມທີ່ ແລະພູມໃຈໃນສິ່ງທີ່ເຮົາເຮັດ 💪✌️

ຕາງໜ້າທີມງານບໍລິສັດ Triple nine Decor ຂໍສະແດງຄວາມຂອບໃຈມາຍັງ ຄະນະອາຈານສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ທີ່ໃຫ້ພວກເຮົາໄ...
28/03/2026

ຕາງໜ້າທີມງານບໍລິສັດ Triple nine Decor ຂໍສະແດງຄວາມຂອບໃຈມາຍັງ ຄະນະອາຈານສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ
ທີ່ໃຫ້ພວກເຮົາໄດ້ມີສ່ວນຮ່ວມໃນໂຄງການຝຶກງານໃນຄັ້ງນີ້ ຫວັງເປັນຢ່າງຍິ່ງວ່ານ້ອງນັກສຶກສາທຸກຄົນຈະໄດ້ຮັບບົດຮຽນ ແລະສາມາດນຳເອົາປະສົບການໃນຊ່ວງເວລານີ້ໄປປັບໃຊ້ໃນສາຍງານຕໍ່ໄປໄດ້

ໃນທຸກໆບ່ອນທີ່ເຮົາໄປບໍ່ວ່າຈະສິ່ງແວດລ້ອມ ຫຼືຜູ້ຄົນ ຈະມີທັງສິ່ງທີ່ເຮົາ ພໍໃຈ ແລະ ບໍ່ເຂົ້າໃຈຈຶ່ງຢາກບອກນ້ອງໆວ່າ ສິ່ງໃດທີ່ບໍ່ໃຫ...
22/03/2026

ໃນທຸກໆບ່ອນທີ່ເຮົາໄປບໍ່ວ່າຈະສິ່ງແວດລ້ອມ ຫຼືຜູ້ຄົນ ຈະມີທັງສິ່ງທີ່ເຮົາ ພໍໃຈ ແລະ ບໍ່ເຂົ້າໃຈ

ຈຶ່ງຢາກບອກນ້ອງໆວ່າ ສິ່ງໃດທີ່ບໍ່ໃຫ້ຫຍັງກັບເຮົາໃຫ້ "ຖິ້ມ" ໄວ້ ແຕ່....ສິ່ງໃດທີ່ເອົາໄປຕໍ່ຍອດ ຫຼືເປັນເຊື້ອເພີງໃນການເດີນທາງກໍໃຫ້ "ເກັບ" ຮັກສາໄວ້ໃຫ້ດີ

ຂໍເປັນກຳລັງໃຈໃຫ້ທຸກຄົນໄດ້ເຮັດໃນສິ່ງຕັ້ງໃຈໄວ້ ອາດຈະອີກ 5ປີ 10ປີ ຂໍແຕ່ເຮົາພູມໃຈໃນສິ່ງທີ່ເຮັດ ຈະເປັນທາງສາຍເດີມ ຫຼືປ່ຽນເສັ້ນທາງໃໝ່ກໍບໍ່ເປັນຫຍັງ

Let's create our Life.

#ກິດຈະກຳສັນທະນາການ

Internship | During 11/02-11/03ທີມງານ TPN ຮູ້ສຶກຍິນດີທີ່ໄດ້ຕ້ອນຮັບນ້ອງນັກສຶກສາປີ 4 ຈາກຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແ...
21/03/2026

Internship | During 11/02-11/03

ທີມງານ TPN ຮູ້ສຶກຍິນດີທີ່ໄດ້ຕ້ອນຮັບນ້ອງນັກສຶກສາປີ 4 ຈາກຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ພວກເຮົາດີໃຈທີ່ໄດ້ມີສ່ວນຮ່ວມແບ່ງປັນປະສົບການໃຫ້ກັບນ້ອງນັກສຶກສາ ໄດ້ມາຝືກງານນຳບໍລິສັດ Triple nine Decor ເປັນເວລາ 1 ເດືອນ

ເຊິ່ງໃນຊ່ວງໄລຍະເວລາດັ່ງກ່າວໄດ້ມີການສ້າງໂຈດ ໃຫ້ນ້ອງໆໄດ້ທົດລອງເຮັດ ແລະຮຽນຮູ້ການເຮັດວຽກທັງໃນທາງທິດສະດີ ແລະການລົງປະຕິບັດຕົວຈິງ

Celebration International women's dayFierce🤺 | Fearless🧗‍♀️ | Fabulous ❤️‍🔥Triple nine Decor.
08/03/2026

Celebration International women's day

Fierce🤺 | Fearless🧗‍♀️ | Fabulous ❤️‍🔥

Triple nine Decor.

Project: DALY JEWELLERYDesign and Decorate: Triple nine decor teamLocation: 2nd floor Naga Mall
14/01/2026

Project: DALY JEWELLERY
Design and Decorate: Triple nine decor team
Location: 2nd floor Naga Mall

ໃນລະຫວ່າງທາງຂອງການຕົກແຕ່ງພາຍໃນ ຈາກພາບທີ່ຢູ່ໃນຫົວ ສູ່ເຈ້ຍແບບ ຖືກປັ້ນອອກມາເປັນຮູບເປັນຮ່າງໄດ້ ຈາກທີມງານຜູ້ຢູ່ເບື້ອງຫຼັງຫຼາຍ...
13/01/2026

ໃນລະຫວ່າງທາງຂອງການຕົກແຕ່ງພາຍໃນ ຈາກພາບທີ່ຢູ່ໃນຫົວ ສູ່ເຈ້ຍແບບ ຖືກປັ້ນອອກມາເປັນຮູບເປັນຮ່າງໄດ້ ຈາກທີມງານຜູ້ຢູ່ເບື້ອງຫຼັງຫຼາຍຊີວິດ ເຊິ່ງການມີທີມງານຄູ່ໃຈ ຊ່ວຍກັນແກ້ໄຂບັນຫາທີ່ເກີດຂຶ້ນລະຫວ່າງທາງຖືເປັນເລື່ອງທີ່ດີຢ່າງໜຶ່ງຂອງສາຍງານພວກເຮົາ ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນຄຳວ່າ "ຄວາມຮັບຜິດຊອບ" ພວກເຮົາຍັງຄົງຍຶດຖື ແລະພະຍາຍາມເຮັດໃຫ້ດີທີ່ສຸດທີ່ພວກເຮົາຈະເຮັດໄດ້.

___________________________

Project: DALY JEWELLERY
Design and Decorate: Triple nine decor team
Location: 2nd floor Naga Mall

Project: DALY JEWELLERYDesign and Decorate: Triple nine decor teamLocation: 2nd floor Naga Mall_________________________...
12/01/2026

Project: DALY JEWELLERY
Design and Decorate: Triple nine decor team
Location: 2nd floor Naga Mall
________________________________

ໃນຫຼາຍໆຄັ້ງເຈົ້າຂອງໂຄງການກໍເປັນຜູ້ຈຸດປະກາຍໄອເດຍໃຫ້ເຮົາ ຄືກັນກັບໂຄງການນີ້

ດ້ວຍຄວາມຕັ້ງໃຈທຳອິດຂອງເພິ່ນທີ່ຢາກເຮັດຮ້ານຈິວເວີຣີ້ຂອງໂຕເອງ ແຕ່ຈາກການໂອ້ລົມແມ່ນມີຫຍັງຫຼາຍກວ່າການເຮັດທຸລະກິດ ໃນທຸກລາຍລະອຽດ ພື້ນທີ່ການຈັດວາງ ເສັ້ນມຸມໂຄ້ງແຕ່ລະຈຸດ ໂທນສີແລະລວດລາຍ ຜ່ານການຄິດແລະປັບແກ້ມາຈົນໄດ້ແບບສຸດທ້າຍທີ່ບົ່ງບອກໂຕຕົນເຈົ້າຂອງໂຄງການທີ່ສຸດ

ດ້ວຍພື້ນທີ່ທີ່ມີຈຳກັດ ຊັ້ນໂຊເຄື່ອງດ້ານຫຼັງຈຶ່ງຖືກຈັດວາງສະຫຼັບສູງຕ່ຳ ບໍ່ຖີ່ຈົນເກີນໄປ ໃຫ້ພາບລວມເບິ່ງໜ້ອຍແຕ່ຫຼາຍ ສ່ວນ highlight ແມ່ນຝາໂຊໂລໂກ້ກາງຮ້ານ ເທິງຮ້ານຈະນ້ອຍແຕ່ເຮົາພະຍາຍາມຫາຕຳແໜ່ງທີ່ເໝາະສົມໃຫ້ໂລໂກ້ສາມາດດຶງສາຍຕາຂອງຜູ້ຄົນທີ່ຍ່າງກາຍໄປມາ
ມີອີກໜຶ່ງຈຸດທີ່ເປັນຄວາມທ້າທາຍໃນການອອກແບບ ຄືເສົາໃຫຍ່ທີ່ເປັນໂຄງສ້າງຂອງຫ້າງ ແຕ່ເຮົາປ່ຽນໃຫ້ເປັນມຸມຕ້ອນຮັບລູກຄ້າທີ່ສາມາດມາຖ່າຍຮູບ check-in ໄດ້ ແລະດ້ານຫຼັງຂອງເສົາມີຊັ້ນໂຊແບບແຂວນເຊິ່ງນຳເອົາລາຍເສັ້ນໂລໂກ້ຮ້ານມາເປັນລູກຫຼິ້ນເລັກໆນ້ອຍໆເພື່ອໃຫ້ທຸກມຸມເປັນອັນໜຶ່ງອັນດຽວກັນ

ຮ້ານເພິ່ນຢູ່ຫ້າງ Naga mall ຊັ້ນສອງ (ເຈົ້າຂອງຮ້ານທັງງາມ ແລະໃຈດີ) ໃຜທີ່ກຳລັງຫາຊຸດເຄື່ອງປະດັບງາມໆສາມາດໄປອຸດໜຸນຮ້ານເພິ່ນໄດ້ເດີ້

Address

164/11, Sokpaluang Village, Sisattanak District, Vientiane Capital City, Lao P. D. R
Vientiane

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 17:00

Telephone

+8562055308802

Website

Alerts

Be the first to know and let us send you an email when 999decor posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to 999decor:

Share