Tomi Atelier Architect and Design

Tomi Atelier Architect and Design Tomi Atelier. architecture/interior & exterior design
ຮັບອອກແບບສະຖາປັດຕິຍະກໍາ ແລະ ງານສິລະປະ

ທອມມີ້ ອະເຕລິເຢ ອອກແບບບ້ານ ຕົບແຕ່ງພາຍໃນແລະພາຍນອກ ອອກແບບສວນໜ້າບ້ານ ແລະອອກແບບງານສິລະປະ ດ້ວຍນັກອອກແບບທີ່ຈົບມາຈາກຍີ່ປຸ່ນ

Tomi atelier,
Architecture design and planning
interior & exterior design
Facade design
Parametric design
Algorithmic design

トミー アトリエ
建築構造デザイン、アルゴリズムデザイン
ファーサードデザイン
建築設計

Tomi Atelier Team Outing 2026🇰🇷
25/02/2026

Tomi Atelier Team Outing 2026🇰🇷

16/02/2026
Project. LM ResidenceDesign. Tomi AtelierPhoto. THEPPHAVONG XAYKOSYLM Residence is located in the heart of the city, wit...
16/02/2026

Project. LM Residence
Design. Tomi Atelier
Photo. THEPPHAVONG XAYKOSY

LM Residence is located in the heart of the city, within walking distance of Pha That Luang.
The project was conceived from the owner’s lifestyle — a desire for a modern home that remains deeply connected to nature while preserving privacy. The architectural concept responds to this vision through a U-shaped layout, embracing a central courtyard that becomes the core of the house.
The courtyard acts as a transitional space, connecting each room while allowing natural ventilation and daylight to pe*****te throughout the interior. Large openings enable cross-ventilation, creating a comfortable microclimate within the home. With the main façade oriented to the south, the design strategically opens toward the southwest to capture prevailing breezes. Extended rooflines and wooden-patterned ceilings provide shading and protection from sun and rain, reinforcing climatic responsiveness.
This spatial arrangement results in a light, airy atmosphere, ensuring continuous airflow. Internally, the living and dining areas are directly connected to the courtyard and designed with a double-volume high ceiling that visually links to the second floor. This vertical openness enhances spatial continuity and encourages interaction among family members across different levels of the house.
Private functions such as the home office and gym are positioned along the side of the building to maintain separation and privacy.
Overall, LM Residence reflects a careful integration between architectural form and environmental context. The project balances openness with security, transparency with privacy — creating a refined living environment that enhances the everyday quality of life for its residents.

LM residence ເປັນບ້ານທີ່ມີສະຖານທີ່ຕັ້ງຢູ່ໃຈກາງເມືອງ ຫ່າງຈາກພະທາດຫຼວງວຽງຈັນ ໃນໄລຍະທີ່ສາມາດຍ່າງໄປໄດ້.
ດ້ວຍ Life style ຂອງເຈົ້າຂອງໂຄງການ ທີ່ຕ້ອງການບ້ານທີ່ມີຄວາມ Modern ເຊື່ອມຕໍ່ກັບທຳມະຊາດໃຫ້ໄດ້ຫຼາຍທີ່ສຸດ ແຕ່ກໍ່ຕ້ອງຮັກສາຄວາມເປັນສ່ວນໂຕໃນເວລາດຽວກັນ. ໃນການອອກແບບໂຄງການນີ້ ພວກເຮົາໄດ້ວາງໂຕອາຄານເປັນໂຕU ເຊິ່ງທາງກາງຂອງບ້ານຈະເປັນສວນ. ຂໍ້ດີຂອງການມີສວນເປັນຈຸດເຊື່ອມຕໍ່ຂອງແຕ່ລະຫ້ອງກໍ່ຄື ລູກຄ້າສາມາດເປີດປະຕູ ເພື່ອລະບາຍອາກາດ ແລະ ຮັບແສງທຳມະຊາດຢ່າງທົ່ວເຖິງ ຕະຫຼອດເວລາ.
ດ້ວຍບໍລິບົດທີ່ໜ້າບ້ານ ປິ່ນຫນ້າໄປທາງທິດໃຕ້ ເຮົາຈຶ່ງສາມາດເປີດພື້ນທີ່ດ້ານນີ້ອອກເພື່ອຮັບລົມໄດ້ຈາກທິດຕາເວັນຕົກສ່ຽງໃຕ້, ແຕ່ຍັງຄົງຮັກສາຫລັງຄາ ແລະ ເພດານລາຍໄມ້ ເພື່ອກັນແດດ ແລະ ຝົນ. ຈາກການອອກແບບດັ່ງກ່າວ ເຮັດໃຫ້ໂຕບ້ານມີອາກາດທີ່ລ່ວງ ແລະ ຮັບລົມຢູ່ຕະຫລອດເວລາ. ສຳລັບພາຍໃນໂຕບ້ານ, ພື້ນທີ່ຫ້ອງຮັບແຂກ ແລະ ຫ້ອງກິນເຂົ້າ ນອກຈາກຈະເຊື່ອມກັບສວນກາງບ້ານແລ້ວ ພວກເຮົາຍັງໄດ້ອອກແບບໃຫ້ເພດານເປັນ high ceiling ເຊື່ອມຕໍ່ກັບຊັ້ນ 2 ອີກດ້ວຍ, ເຮັດໃຫ້ສະມາຊິກໃນຄອບຄົວສາມາດຫຼຽວເຫັນກັນໄດ້ງ່າຍໃນແຕ່ລະມຸມບ້ານ.
ໃນສ່ວນຂອງພື້ນທີ່ Home office ແລະ Gym ແມ່ນໄດ້ແຍກອອກໄປໄວ້ດ້ານຂ້າງຂອງບ້ານ ເພື່ອຄວາມເປັນສ່ວນໂຕ. ພວກເຮົາພະຍາຍາມອອກແບບໂຕອາຄານ ໃຫ້ສອດຄ່ອງກັບບໍລິບົດ ແລະ ຕອບສະຫນອງຄວາມຕ້ອງການຂອງເຈົ້າຂອງໂຄງການໃຫ້ໄດ້ຫລາຍທີ່ສຸດ.
ສາມາດເວົ້າໄດ້ວ່າ ພວກເຮົາໄດ້ມີການເຊື່ອງໂຍງກັນຢ່າງພິຖີພິຖັນ ລະຫວ່າງຮູບຊົງຂອງອາຄານ ແລະ ສະພາບແວດລ້ອມອ້ອມຂ້າງ, ຄວາມປອດໂປ່ງໂອ່ໂຖງ ແລະ ຄວາມປອດໄພໄດ້ຢ່າງລົງໂຕຜ່ານໂຄງການນີ້ ເຊິ່ງເປັນປັດໃຈຫລັກໃນການສົ່ງເສີມຄຸນນະພາບໃນການດຳລົງຊີວິດໃນອາຄານ ຂອງຜູ້ພັກອາໄສ."

KHUAN Pavilion at Siam discovery, Bangkok Design Week 2026thanks to XYZ art center for giving us this opportunityKhaun P...
13/02/2026

KHUAN Pavilion at Siam discovery, Bangkok Design Week 2026
thanks to XYZ art center for giving us this opportunity

Khaun Pavilion ເກີດຂຶ້ນຈາກການໄຕ່ຕອງເຖິງການດຳລົງຢູ່ຂອງ “ຂວັນ” — ການມີຢູ່ທີ່ບໍ່ມີຮູບຮ່າງ ຫຼື ບໍ່ສາມາດສຳຜັດໄດ້, ແຕ່ຜູກພັນຢ່າງເລິກເຊິ່ງກັບວິຖີຊີວິດຄົນລາວ. ເມື່ອຂວັນຫຼົງທາງ ມັນບໍ່ສາມາດກັບຄືນສູ່ເຈົ້າຂອງໄດ້ດ້ວຍຕົນເອງ. ພິທີບາສີ (ສູ່ຂວັນ) ຈຶ່ງກາຍເປັນສະພານເຊື່ອມຕໍ່ລະຫວ່າງໂລກທີ່ເບິ່ງເຫັນໄດ້ ແລະ ໂລກທີ່ບໍ່ສາມາດເບິ່ງເຫັນໄດ້.
ພາວິລຽນຮູບວົງມົນແຫ່ງນີ້ ຖືກອອກແບບໃຫ້ເປັນຈຸດເຊື່ອມທີ່ສັກສິດ. ສ້າງຂຶ້ນຈາກເຈ້ຍຫຼາຍຊັ້ນທີ່ປະດັບດ້ວຍລວດລາຍດອກໄມ້ສີຂາວ ເປັນພື້ນທີ່ທີ່ການມອງເຫັນຖືກຫຼຸດທອນ, ທີ່ສີສັນແລະຮູບຮ່າງຄ່ອຍໆເລືອນຫາຍ, ເປິດໃຫ້ປະສາດສຳຜັດອື່ນໆ —ສຽງ, ກິ່ນ, ແລະ ຄວາມຮູ້ສຶກ—ເຂົ້າມາແທນທີ່. ພາຍໃນພື້ນທີ່ນີ້ ຂວັນບໍ່ໄດ້ຈາກໄປ, ແຕ່ລ່ອງລອຍ ແລະ ຢຸດຄ້າງ, ລອຍຄ້າງຢູ່ລະຫວ່າງການຫຼົງທາງແລະການຖືກເອີ້ນກັບຄືນ. ການໝູນວຽນຢ່າງບໍ່ສິ້ນສຸດ ກາຍເປັນການລໍຖ້າ— ລໍຖ້າຖ້ອຍຄຳແຫ່ງພິທີກຳ, ທີ່ເປົາອອກຢ່າງແຜ່ວເບົາ, ເພື່ອນຳທາງໃຫ້ຂວັນກັບຄືນສູ່ເຈົ້າຂອງອີກຄັ້ງ.

KHUAN is a living spiritual concept deeply rooted in Lao culture, passed down through generations as a way of understanding the relationship between mind, body, and spirit.
Khuan Pavilion emerges from a contemplation of the existence of the khuan— a presence without form or substance, yet deeply bound to human life. When the khuan loses its way, it cannot return to its owner by itself. A Baci (Su Khuan) ceremony thus becomes a bridge between the visible world and the unseen. This circular pavilion is conceived as a sacred threshold. Formed from layered paper adorned with white floral motifs, it is a space where sight is subdued, where color and form dissolve, allowing other senses —sound, scent, and feeling—to take their place. Within this space, the khuan does not depart; it drifts and lingers, suspended between being lost and being called back. Its endless circling becomes an act of waiting— for the ritual utterance, softly spoken, to guide the khuan back toward its owner once more

Happy New Year 2026ໂຊກດີປີໃຫມ່ 2026ຂອບໃຈລູກຄ້າທຸກໆ ທ່ານທີ່ໃຫ້ໂອກາດພວກເຮົາອອກແບບຜົນງານຕ່າງໆ ໃນຊ່ວງ 1 ປີທີ່ຜ່ານມາພວກເຮົາທີ...
26/12/2025

Happy New Year 2026
ໂຊກດີປີໃຫມ່ 2026

ຂອບໃຈລູກຄ້າທຸກໆ ທ່ານທີ່ໃຫ້ໂອກາດພວກເຮົາອອກແບບຜົນງານຕ່າງໆ ໃນຊ່ວງ 1 ປີທີ່ຜ່ານມາ
ພວກເຮົາທີມງານ Tomi Atelier ຂໍອວຍພອນໃຫ້ທຸກທ່ານ ຈົ່ງມີຄວາມສຸກ ແລະ ສົມຫວັງທຸກປະການໃນປີໃຫມ່ທີ່ຈະມາເຖິງນີ້.
ຫ້ອງການຂອງພວກເຮົາຈະພັກປີໃໝ່ຕັ້ງແຕ່ວັນທີ 26/12/2025 - 04/01/2026.
ໂຊກດີປີໃຫມ່

Thank you everyone for being a part of our wonderful 2025 journey. May the coming year bring you happiness, health and prosperity!
Our office will be closed from 26/12/2025 - 04/01/2026.
Happy New Year

23/10/2025

Tomi Atelier  Expo’25ພາຍໃຕ້ຫົວຂໍ້ ວິວັດອາໄສ ພວກເຮົາໄດ້ສ້າງ installation ນີ້ຂຶ້ນມາ. ເຊິ່ງໃນໂລກແຫ່ງອານາຄົດ ພວກເຮົາຄິດວ່າຊຸ...
20/10/2025

Tomi Atelier Expo’25

ພາຍໃຕ້ຫົວຂໍ້ ວິວັດອາໄສ ພວກເຮົາໄດ້ສ້າງ installation ນີ້ຂຶ້ນມາ. ເຊິ່ງໃນໂລກແຫ່ງອານາຄົດ ພວກເຮົາຄິດວ່າຊຸມຊົນຂອງພວກເຮົາຈະຂະຫຍາຍໄປໃນຫຼາຍທິດທາງ ບໍ່ວ່າຈະລວງຕັ້ງ ຫຼື ນອນ, ແລະ ຜູ້ອາໄສສາມາດໃຊ້ຍົນຂະໜາດນ້ອຍ ຫຼື Drone ໃນການເດີນທາງ.
ໃນ installation ນີ້, ແຕ່ລະ Unit (ບຼ໊ອກໂຟມສີຂາວ) ຈະຫມາຍເຖິງເຮືອນ, ຫ້ອງການ ຫຼື ອາດຈະເປັນຮ້ານຄ້າຕ່າງໆ ເຊິ່ງເຮົາຄິດວ່າ ໃນອານາຄົດ ແຕ່ລະ Unit ກໍ່ສາມາດເຄື່ອນຍ້າຍເພື່ອໄປເຕົ້າໂຮມກັນ ແລະ ເຮັດກິດຈະກຳຕ່າງໆ ຮ່ວມກັນໄດ້.
ໃນງານວາງສະແດງຄັ້ງນີ້ ພວກເຮົາຍັງໄດ້ກະກຽມອຸປະກອນສຳລັບປະກອບຜັງເຮືອນ ໃຫ້ຜູ້ທີ່ມາສາມາດສ້າງຜັງເຮືອນທີ່ເປັນເອກະລັກ ຂອງໂຕເອງໄດ້ອີກດ້ວຍ.

ງານວາງສະແດງເທື່ອນີ້ ທີມງານເຮົາຕັ້ງໃຈອອກແບບ ແລະ ຕິດຕັ້ງຫຼາຍ ແລ້ວມາຢາມແນ່ເດີ້

Team Tomi Atelier
Lighting by Lightplus Vientiane

17/10/2025

Getting ready for ALACE EXPO 2025
Excited to showcase what we’ve been working on!
📍ແລ້ວພົບກັນທີ່ສູນການຄ້າໄອເຕັກ (ຕຶກເກົ່າ) ວັນທີ 20-26/10/2025

Sneak peekOur projects are well underway 🦾
13/09/2025

Sneak peek
Our projects are well underway 🦾

Proj. Time ResidenceDesigned by. Tomi atelierTime Residence ຕັ້ງຢູ່ເຂດແດນລະຫວ່າງບ້ານທົ່ງກາງ ແລະ ບ້ານດອນນົກຂຸ້ມ. ເນື່ອງຈາ...
18/08/2025

Proj. Time Residence
Designed by. Tomi atelier

Time Residence ຕັ້ງຢູ່ເຂດແດນລະຫວ່າງບ້ານທົ່ງກາງ ແລະ ບ້ານດອນນົກຂຸ້ມ. ເນື່ອງຈາກພູມິທັດທີ່ງຽບສະຫງົບເພາະເປັນຈຸດເຊື່ອມຕໍ່ລະຫວ່າງສອງໝູ່ບ້ານ ເຮັດໃຫ້ອາຄານຫຼັງນີ້ ສົ່ງເສີມບົດສົນທະນາທາງສະຖາປັດຕະຍະກຳທີ່ມີຄວາມເລິກເຊິ່ງ ລະຫວ່າງຄວາມລຽບງ່າຍ ແລະ ການດຳລົງຊີວິດຢ່າງມີເປົ້າໝາຍ. ໃນມຸມມອງຂອງຜູ້ອອກແບບ, ເຮືອນທີ່ມີ 3 ຫ້ອງນອນຫຼັງນີ້ ເປັນສະຖານທີ່ ທີ່ສາມາດຢັ້ງຢືນໄດ້ເຖິງຄວາມມຸ່ງໝັ້ນຂອງເຈົ້າຂອງຕໍ່ກັບຫຼັກການມິນິມໍາລິສຕ໌ແລະ ການໃຊ້ຊີວິດຢູ່ໃນພື້ນທີ່ນີ້ຢ່າງມີປະສິດທິພາບ.

ການຊ່ວຍເຫຼືອທາງສະຖາປັດຕະຍະກຳຕອບສະໜອງຕໍ່ກັບຄວາມຕ້ອງການຂອງບໍລິບົດຜ່ານພາສາຮູບແບບທີ່ລຽບງ່າຍ ເຊິ່ງໃຫ້ຄວາມສຳຄັນກັບພື້ນທີ່ ແລະ ຄວາມຊັດເຈນຂອງເຈົ້າຂອງໂຄງການ. ວິທີການອອກແບບເນັ້ນໃສ່ການຈັດສັນຄວາມເຊື່ອມໂຍງກັນຢ່າງລະອຽດຂອງເຂດສ່ວນຕົວ ແລະ ສາທາລະນະ, ພ້ອມທັງສ້າງການເຊື່ອມຕໍ່ແບບລຽບງ່າຍລະຫວ່າງກິດຈະກໍາຕ່າງໆ ໃນບ້ານໃຫ້ເກີດຄວາມ ສະໜິດສະໜົມ ແລະ ການເຕົ້າໂຮມຂອງສະມາຊິກໃນຄອບຄົວ.

ທີ່ພັກອາໄສຖືກຍົກຂື້ນຈາກລະດັບດີນເດີມໃຫ້ມີຄວາມເໝາະສົມກັບສະພາບແວດລ້ອມ, ສ້າງຂອບເຂດທາງກາຍະພາບ ແລະ ຈິດວິທະຍາທີ່ເສີມຂະຫຍາຍຄວາມເປັນສ່ວນຕົວຂອງກິດຈະກຳໃນເຮືອນ. ການຍົກສູງແນວຕັ້ງນີ້ສ້າງຄວາມຮູ້ສຶກເປັນສ່ວນໂຕຂອງສະຖານທີ່, ໃນຂະນະດຽວກັນ ກໍ່ຍັງຮັກສາການເຊື່ອມຕໍ່ທາງສາຍຕາກັບພູມິທັດທີ່ອ້ອມຮອບ.

ພື້ນທີ່ຫ້ອງອາຫານເຮັດໜ້າທີ່ເປັນຫົວໃຈຂອງບ້ານຫລັງນີ້, ເປັນຈຸດຫຼັກສຳລັບການພົບປະສຳພັນຂອງຄອບຄົວ. ເຊິ່ງຂ້າງຫຼັງຈະເຊື່ອມຕໍ່ຫ້ອງຄົວທີ່ມີຂະໜາດໃຫຍ່ພິເສດ, ເພື່ອຕອບສະໜອງໂດຍກົງຕໍ່ກັບຄວາມມັກການປຸງແຕ່ງອາຫານຂອງເຈົ້າຂອງບ້ານ. ເປັນການສະໜອງພື້ນທີ່ເຮັດວຽກກວ້າງຂວາງສຳລັບການປຸງແຕ່ງອາຫານ ແລະ ຈັດເກັບວັດຖຸດິບ ລວມໄປເຖິງອຸປະກອນຕ່າງໆ ໃຫ້ມີຄວາມເປັນລະບຽບ.

ພື້ນທີ່ຮັບແຂກ ແລະ ຫ້ອງອາຫານຖືກຈັດຢູ່ໃນພື້ນທີ່ດຽວກັນ ພາຍໃຕ້ເພດານທີ່ສູງ ເຊິ່ງຂະຫຍາຍຄວາມຮູ້ສືກປອດໂປ່ງ ແລະ ອາລົມສຸນທະລີລະຫວ່າງແສງແລະເງົາ. ພື້ນທີ່ແນວຕັ້ງນີ້ສ້າງຄວາມຕໍ່ເນື່ອງທາງສາຍຕາກັບສະໜາມຫຍ້າດ້ານໜ້າ, ເຮັດໃຫ້ຜູ້ອາໄສສາມາດເບິ່ງຂ້າມຂອບເຂດລະຫວ່າງພາຍໃນ ແລະ ນອກໄດ້ແບບບໍ່ມີຮອຍຕໍ່.

Time Residence ສາມາດບັນລຸເປົ້າໝາຍທາງສະຖາປັດຕະຍະກຳຜ່ານການຕອບສະໜອງບໍລິບົດສະເພາະຂອງສະຖານທີ່ຕັ້ງ ແລະ ແບບແຜນການດຳລົງຊີວິດຂອງຜູ້ອາໄສ. ທຸກອົງປະກອບຜ່ານການຄິດວິເຄາະເຖິງຄວາມຈຳເປັນຕໍ່ການໃຊ້ຊີວິດແບບລຽບງ່າຍ.
ສະຖາປັດຕະຍະກຳເປັນຕົວເຊື່ອມໂຍມຢ່າງພິຖີພິຖັນລະຫວ່າງຮູບແບບ ແລະ ໜ້າທີ່, ການສ່ອງແສງ ແລະ ຮົ່ມເງົາ, ພາຍໃນ ແລະ ພາຍນອກ. ຜ່ານຄວາມສົມດຸນທີ່ລະອຽດອ່ອນນີ້, ທີ່ພັກອາໄສຈະມອບປະສົບການຂອງພື້ນທີ່ທີ່ບໍ່ມີຂອບເວລາ ແລະ ການດຳລົງຊີວິດໃນເຮືອນທີ່ມີຄຸນນະພາບ.

Design comes to life through inspiring conversations and new perspectives—where ideas are shared, explored, and transfor...
03/04/2025

Design comes to life through inspiring conversations and new perspectives—where ideas are shared, explored, and transformed. Thank you for visiting our exhibition and being part of the journey!

ການອອກແບບຈະມີຊີວິດຊີວາຂຶ້ນ ຜ່ານການສົນທະນາແລະແຊຣ໌ທັດສະນະໃໝ່ໆຮ່ວມກັນ.
ຂອບໃຈຫຼາຍໆທີ່ໄດ້ເຂົ້າມາຢ້ຽມຊົມງານວາງສະແດງ ແລະເປັນສ່ວນໜຶ່ງຂອງການເດີນທາງຂອງພວກເຮົາ!

Address

Vientiane
10120

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Alerts

Be the first to know and let us send you an email when Tomi Atelier Architect and Design posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Tomi Atelier Architect and Design:

Share